



ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງມາຢ້ຽມຢາມສູນອອກແບບ, ວິທະຍາສາດ-ເຕັກໂນໂລຊີສົ່ງເສີມການພັດທະນາປະເທດ
2026年8月14日14时整,老挝人民民主共和国政府总理宋赛·西潘墩率相关工作人员莅临老挝国家工业能源矿业勘查和工程设计中心视察工作,强调科学技术是推动国家发展的重要力量。
ໃນເວລາ 14:00 ໂມງ ຂອງວັນທີ 14 ສິງຫາ 2026, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະພັກ ແລະ ຄະນະນຳກະຊວງ ໄດ້ເດີນທາງມາຢ້ຽມຢາມ ແລະ ກວດກາວຽກງານຢູ່ສູນສໍາຫຼວດແລະ ອອກແບບວິສະວະກຳອຸດສາຫະກຳ, ພະລັງງານ ແລະ ບໍ່ແຮ່, ໂດຍເນັ້ນວ່າ ວິທະຍາສາດ-ເຕັກໂນໂລຊີແມ່ນກຳລັງສຳຄັນໃນການຊຸກຍູ້ການພັດທະນາປະເທດ.

总理一行首先走进设计中心办公室,参观办公室矿石样本展示区,工业流程图等重要区域,工业贸易与能源研究院院长Anousak Phongsavath,设计中心院长孔德全,总工程师陈继斌,商务部主任祖敏尧,信息部主任苏丽娜全程陪同。总理关切询问科技团队工作开展情况,深入了解矿产资源开发研究与设计工作。随后,设计中心商务部主任祖敏尧向总理演示氧化铝焙烧炉3D工程设计图,设计部潘基冲向总理展示电解铝电解槽设计图,设计中心依托数字化系统,直观呈现设计细节与工艺流程。
ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຊົມຫ້ອງການຂອງສູນອອກແບບ, ໂດຍໄດ້ຢ້ຽມຊົມເຂດຈັດສະແດງຕົວຢ່າງແຮ່ທາດ, ແຜນວາດຂະບວນການອຸດສາຫະກຳ ແລະ ເຂດສຳຄັນອື່ນໆ. ທ່ານ ອະນຸສັກ ພົງສະຫວັດ, ຫົວໜ້າສະຖາບັນອຸດສາຫະກຳ ການຄ້າ ແລະ ພະລັງງານ, ທ່ານ ຂົງ ເຕີສວນ, ຫົວໜ້າສູນອອກແບບ, ທ່ານ ເສິນ ຈີ້ປິນ, ຫົວໜ້າວິສະວະກອນ, ທ່ານ ຈູ ຫມິນຢາວ, ຫົວໜ້າພະແນກທຸລະກິດ ແລະ ທ່ານ ນາງ ສຸລີດາ, ຫົວໜ້າພະແນກຂໍ້ມູນ ໄດ້ຮ່ວມຕ້ອນຮັບ ແລະ ຕິດຕາມຄະນະຕະຫຼອດການຢ້ຽມຢາມ. ທ່ານນາຍົກລັດຖະມົນຕີໄດ້ສອບຖາມດ້ວຍຄວາມເອົາໃຈໃສ່ເຖິງການດຳເນີນງານຂອງຄະນະວິທະຍາສາດ-ເຕັກໂນໂລຊີ, ພ້ອມທັງຮັບຊາບຢ່າງເລິກເຊິ່ງເຖິງວຽກງານຄົ້ນຄວ້າ ແລະ ອອກແບບດ້ານການພັດທະນາຊັບພະຍາກອນແຮ່ທາດ. ຈາກນັ້ນ, ທ່ານ ຈູ ຫມິນຢາວ, ຫົວໜ້າພະແນກທຸລະກິດຂອງສູນອອກແບບ, ໄດ້ສາທິດແບບຈຳລອງ 3D ດ້ານວິສະວະກຳຂອງເຕົາເຜົາອະລູມິນາໃຫ້ທ່ານນາຍົກລັດຖະມົນຕີຊົມ, ຂະນະທີ່ ທ່ານ ພານ ຈີຊົງ, ພະນັກງານພະແນກອອກແບບ, ໄດ້ນຳສະເໜີການອອກແບບເຊວໄຟຟ້າສຳລັບການຫຼອມອະລູມິນຽມໃຫ້ທ່ານນາຍົກລັດຖະມົນຕີຊົມ. ສູນອອກແບບໄດ້ອາໄສລະບົບດິຈິຕອນໃນການນຳສະເໜີລາຍລະອຽດດ້ານການອອກແບບ ແລະ ຂັ້ນຕອນກະບວນການຜະລິດໃຫ້ເຫັນຢ່າງຊັດເຈນ.

视察结束后,总理召开专项主题工作会议,听取工作人员整体工作汇报,并发表重要讲话。总理强调老挝正处于国家社会经济发展的关键阶段,科学技术是驱动国家发展的核心动力,老挝政府高度重视科学技术的发展与应用,要将科学技术放在产业发展的优先战略位置。总理指出老挝国家工业能源矿业勘查和工程设计中心是老挝的政府智库和技术支撑部门,在工业能源,工程设计,行业标准制定等方面发挥着重要作用,设计中心要作为政府决策、技术研究和项目实施之间的关键桥梁,推动国家发展战略安全、绿色、高效落地。
ພາຍຫຼັງສິ້ນສຸດການກວດກາຢ້ຽມຢາມ, ທ່ານນາຍົກລັດຖະມົນຕີໄດ້ຈັດກອງປະຊຸມວຽກງານສະເພາະຫົວຂໍ້, ຮັບຟັງລາຍງານພາບລວມກ່ຽວກັບວຽກງານຈາກພະນັກງານ ແລະ ກ່າວຄຳເຫັນສຳຄັນ. ທ່ານນາຍົກລັດຖະມົນຕີເນັ້ນວ່າ ປັດຈຸບັນ ສປປ ລາວ ກໍາລັງຢູ່ໃນໄລຍະສໍາຄັນຂອງການພັດທະນາສັງຄົມ-ເສດຖະກິດແຫ່ງຊາດ, ໂດຍວິທະຍາສາດ-ເຕັກໂນໂລຊີແມ່ນພະລັງຂັບເຄື່ອນຫຼັກໃນການພັດທະນາປະເທດ. ລັດຖະບານລາວໃຫ້ຄວາມສໍາຄັນສູງຕໍ່ການພັດທະນາ ແລະ ການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ໂດຍຕ້ອງຈັດວາງວິທະຍາສາດ-ເຕັກໂນໂລຊີໄວ້ໃນຈຸດສຳຄັນດ້ານຍຸດທະສາດບູລິມະສິດຂອງການພັດທະນາອຸດສາຫະກຳ. ທ່ານນາຍົກລັດຖະມົນຕີຊີ້ໃຫ້ເຫັນວ່າ ສູນສໍາຫຼວດແລະ ອອກແບບວິສະວະກຳອຸດສາຫະກຳ, ພະລັງງານ ແລະ ບໍ່ແຮ່ ແມ່ນຖານຄົ້ນຄວ້າເຊີງນະໂຍບາຍຂອງລັດ, ມີບົດບາດສຳຄັນໃນຂົງເຂດອຸດສາຫະກຳ-ພະລັງງານ, ການອອກແບບວິສະວະກຳ ແລະ ການກໍານົດມາດຕະຖານຂອງຂະແໜງການ. ສູນອອກແບບຕ້ອງປະຕິບັດບົດບາດເປັນຂົວເຊື່ອມຕໍ່ສຳຄັນລະຫວ່າງການຕັດສິນໃຈຂອງລັດ, ການຄົ້ນຄວ້າດ້ານເຕັກນິກ ແລະ ການດຳເນີນໂຄງການ, ເພື່ອຊຸກຍູ້ໃຫ້ຍຸດທະສາດການພັດທະນາແຫ່ງຊາດສາມາດຖືກນຳໄປປະຕິບັດຢ່າງປອດໄພ, ສີຂຽວ ແລະ ມີປະສິດທິຜົນ.

设计中心坚决贯彻落实落实总理指示精神,强化中老协同对接,打磨核心技术,提高科技硬实力,为科学技术研发与工程项目设计提供强力支持,着力推动老挝产业技术升级,提高产业发展核心竞争力。
ສູນອອກແບບຈະຢຶດໝັ້ນປະຕິບັດຕາມ ແລະ ນຳເອົາຈິດໃຈຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີໄປປະຕິບັດຢ່າງເດັດຂາດ, ເສີມສ້າງການປະສານງານ ແລະ ເຊື່ອມຕໍ່ຄວາມຮ່ວມມືລາວ-ຈີນ, ພັດທະນາ ແລະ ຍົກສູງເຕັກໂນໂລຊີຫຼັກ, ເສີມສ້າງຂີດຄວາມແຂງແກ່ນດ້ານວິທະຍາສາດ-ເຕັກໂນໂລຊີ, ເພື່ອສະໜັບສະໜູນຢ່າງເຂັ້ມແຂງແກ່ວຽກງານຄົ້ນຄວ້າພັດທະນາດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ການອອກແບບໂຄງການວິສະວະກຳ, ເລັ່ງຜັກດັນການຍົກລະດັບເຕັກນິກຂອງຂະແໜງການລາວ ແລະ ຍົກສູງຂີດຄວາມສາມາດຫຼັກໃນການພັດທະນາຂະແໜງການ.

以下广告,服务很赞(千万别点图片)




| 便 民 电 话 | |
| 火警:1190 | 匪警:1191 |
| 急救:1195 | 电力:1199 |
| 永珍善堂救护车 | 1628 |
| 中国老挝大使馆 | 021-315105/315100 |
| 中国驻琅勃拉邦总领馆 | 00856-71-212989 |
| 平安保险 | 020-52450000 |
| 签证办理 | 020-52450000 |
| 老挝通客服 | 020-78427777 |
| 老挝机票预订 | 020-52453333 |

