ສູນສຳຫຼວດແລະອອກແບບວິສະວະກຳອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ສູນສີມືແຮງງານແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,EDL-T ແລະ ພາກສ່ວນອື່ນໆຈັດຕັ້ງການຝຶກອົບຮົມຍົກລະດັບຄວາມສາມາດໃຫ້ແກ່ຊ່າງເຕັກນິກໄຟຟ້າຂອງລາວ ສຳເລັດລົງຢ່າງສົມບູນ
2026年11月3日,由老挝国家工业能源矿业勘查和工程设计中心与澜湄工坊、EDL-T等部门牵头统筹的老挝电力技术人员(电工)能力提升培训班举办结业仪式。仪式采用老中线上线下联动模式,在老挝万象国家输电网公司老方会场、中国云南民族大学中方会场同步举行,圆满完成全部培训任务。
ໃນວັນທີ 3 ພະຈິກ 2026, ພິທີປິດການຝຶກອົບຮົມຍົກລະດັບຄວາມສາມາດໃຫ້ແກ່ຊ່າງເຕັກນິກດ້ານໄຟຟ້າ (ຊ່າງໄຟຟ້າ) ຂອງລາວ ໄດ້ຈັດຂຶ້ນ ໂດຍມີ ສູນສຳຫຼວດ ແລະ ອອກແບບວິສະວະກຳອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບສູນສີມືແຮງງານແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, EDL-T ແລະ ພາກສ່ວນອື່ນໆ ເປັນຜູ້ນຳພາ ແລະ ປະສານງານໂດຍລວມ. ພິທີດັ່ງກ່າວຈັດຂຶ້ນໃນຮູບແບບອອນລາຍ ແລະ ອອບລາຍ ເຊື່ອມຕໍ່ລະຫວ່າງລາວ ແລະ ຈີນ ໂດຍມີຈຸດຈັດງານຢູ່ສອງຝ່າຍພ້ອມກັນ ຄື: ຈຸດຈັດງານຝ່າຍລາວຢູ່ບໍລິສັດ ລັດວິສາຫະກິດໂຄງຂ່າຍສາຍສົ່ງໄຟຟ້າແຫ່ງຊາດລາວ ນະຄອນຫຼວງວຽງຈັນ ແລະ ຈຸດຈັດງານຝ່າຍຈີນຢູ່ມະຫາວິທະຍາໄລຊົນເຜົ່າຢູນນານ ສປ ຈີນ. ການຝຶກອົບຮົມໄດ້ສຳເລັດລົງຕາມແຜນການ ແລະ ບັນລຸວຽກງານການຝຶກອົບຮົມທັງໝົດຢ່າງຄົບຖ້ວນ.
本次电工技能提升专项培训,由老挝国家工业能源矿业勘查和工程设计中心员工Byron GE按照老挝工贸部关于提升老挝本土技术人员技能素质、扩大中心职业教育培训影响力等指示,联络老中各方职业教育资源,首次提出并策划该次培训的方案,最终统筹协调了云南民族大学、老挝国家输电网公司、云南省建筑技工学校共同主办,澜湄国际职业学院具体承办并顺利完成了本次培训。
ການຝຶກອົບຮົມສະເພາະດ້ານການຍົກລະດັບທັກສະວິຊາຊີບຊ່າງໄຟຟ້າໃນຄັ້ງນີ້ ແມ່ນໄດ້ຮັບການລິເລີ່ມສະເໜີແນວຄິດ ແລະ ວາງແຜນຈັດຕັ້ງໂຄງການໂດຍ ທ່ານ Byron GE ສູນສຳຫຼວດ ແລະ ອອກແບບວິສະວະກຳອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ເປັນຜູ້ປະສານຊັບພະຍາກອນດ້ານການສຶກສາວິຊາຊີບຈາກທັງລາວ ແລະ ຈີນ ຕາມຄຳຊີ້ນຳຂອງກະຊວງອຸດສາຫະກຳ ແລະ ການຄ້າລາວ ກ່ຽວກັບການຍົກລະດັບຄວາມຮູ້ ແລະ ທັກສະວິຊາຊີບຂອງບຸກຄະລາກອນເຕັກນິກພາຍໃນປະເທດລາວ ພ້ອມທັງຂະຫຍາຍອິດທິພົນຂອງສູນດ້ານການສຶກສາ ແລະ ການຝຶກອົບຮົມວິຊາຊີບ. ຈາກນັ້ນ ໄດ້ປະສານງານ ແລະ ຮວບຮວມຊັບພະຍາກອນຈາກທຸກພາກສ່ວນທີ່ກ່ຽວຂ້ອງ ຈົນສາມາດປະສານໃຫ້ມະຫາວິທະຍາໄລຊົນເຜົ່າຢູນນານ, ບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ ແລະ ໂຮງຮຽນຊ່າງກໍ່ສ້າງແຂວງຢູນນານ ຮ່ວມກັນເປັນຜູ້ຈັດຕັ້ງ ໂດຍມີວິທະຍາໄລວິຊາຊີບສາກົນລ້ານຊາງ-ແມ່ນ້ຳຂອງ ເປັນຜູ້ຮັບຜິດຊອບຈັດດຳເນີນການຝຶກອົບຮົມໂດຍສະເພາະ ແລະ ສາມາດດຳເນີນການຝຶກອົບຮົມຄັ້ງນີ້ສຳເລັດລົງໄດ້ຢ່າງລາບລື່ນ.
作为本次项目的核心牵头单位,我中心员工全程负责项目整体方案策划、老中各方资源对接、老挝本地企业需求摸排、培训落地统筹等全链条工作,有力保障了培训的专业性、适配性与落地实效,向老挝工贸部提交了圆满答卷。按照既定方案与工作标准,中心员工在前期阶段重点面向老挝当地居民群体和在老挝经营的相关市场主体,开展了覆盖面广、针对性强的问卷调查工作,累计获取有效样本与反馈意见数量充足,调研范围和对象代表性均达到预期要求。
ໃນຖານະເປັນໜ່ວຍງານຫຼັກທີ່ນຳພາ ແລະ ປະສານງານໂຄງການໃນຄັ້ງນີ້, ພະນັກງານຂອງສູນພວກເຮົາໄດ້ຮັບຜິດຊອບວຽກງານຕະຫຼອດຂະບວນການ ນັບແຕ່ການວາງແຜນ ແລະ ອອກແບບແຜນງານລວມຂອງໂຄງການ, ການປະສານເຊື່ອມໂຍງຊັບພະຍາກອນຈາກພາກສ່ວນຕ່າງໆຂອງລາວ ແລະ ຈີນ, ການສຳຫຼວດຄວາມຕ້ອງການຂອງວິສາຫະກິດພາຍໃນລາວ, ຈົນເຖິງການປະສານງານໂດຍລວມເພື່ອໃຫ້ການຝຶກອົບຮົມສາມາດດຳເນີນການໄດ້ຕົວຈິງ. ວຽກງານດັ່ງກ່າວໄດ້ຊ່ວຍຮັບປະກັນດ້ານຄວາມເປັນມືອາຊີບ, ຄວາມເໝາະສົມກັບສະພາບຕົວຈິງ ແລະ ປະສິດທິຜົນໃນການນຳໄປປະຕິບັດຂອງການຝຶກອົບຮົມ ພ້ອມທັງໄດ້ສົ່ງມອບຜົນງານທີ່ສຳເລັດສົມບູນໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າລາວ. ຕາມແຜນການ ແລະ ມາດຕະຖານການດຳເນີນວຽກທີ່ກຳນົດໄວ້, ໃນໄລຍະກະກຽມກ່ອນການຝຶກອົບຮົມ ພະນັກງານຂອງສູນໄດ້ເນັ້ນໃສ່ກຸ່ມປະຊາຊົນທ້ອງຖິ່ນຂອງລາວ ແລະ ບັນດາຜູ້ປະກອບການທີ່ດຳເນີນທຸລະກິດຢູ່ໃນລາວ ເພື່ອດຳເນີນການສຳຫຼວດດ້ວຍແບບສອບຖາມທີ່ມີຂອບເຂດກວ້າງຂວາງ ແລະ ມີຈຸດສຸມທີ່ຊັດເຈນ. ການສຳຫຼວດສາມາດລວບລວມຕົວຢ່າງຂໍ້ມູນ ແລະ ຄຳຄິດເຫັນຕອບກັບທີ່ຖືກຕ້ອງໄດ້ໃນຈຳນວນທີ່ພຽງພໍ ໂດຍຂອບເຂດການສຳຫຼວດ ແລະ ຄວາມເປັນຕົວແທນຂອງກຸ່ມເປົ້າໝາຍລ້ວນແຕ່ບັນລຸຕາມຄາດໝາຍທີ່ວາງໄວ້.
本次培训为期8天,累计38学时,于10月27日至11月3日在老挝万象落地。结合老挝电力行业运维实际与人才短板,采用理论授课+实操实训一体化模式,设置电力安全规范、电工基础、开关设备操作、变压器运维、继电保护等十大核心模块,为老挝国家输电网公司30多名一线属地技术员工开展系统化技能提升培训。
ການຝຶກອົບຮົມໃນຄັ້ງນີ້ມີໄລຍະເວລາ 8 ວັນ, ລວມທັງໝົດ 38 ຊົ່ວໂມງຮຽນ, ໂດຍໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ ລາວ ແຕ່ວັນທີ 27 ຕຸລາ ຫາ ວັນທີ 3 ພະຈິກ 2026. ໂດຍອີງໃສ່ສະພາບຕົວຈິງຂອງວຽກງານການດຳເນີນງານ ແລະ ບຳລຸງຮັກສາໃນຂະແໜງການໄຟຟ້າຂອງລາວ ລວມທັງຂໍ້ຈຳກັດດ້ານບຸກຄະລາກອນວິຊາການ, ການຝຶກອົບຮົມໄດ້ນຳໃຊ້ຮູບແບບການສິດສອນທິດສະດີຄວບຄູ່ກັບການຝຶກປະຕິບັດຕົວຈິງ ເຊັ່ນ: ມາດຕະຖານຄວາມປອດໄພດ້ານໄຟຟ້າ, ພື້ນຖານວິຊາຊ່າງໄຟຟ້າ, ການປະຕິບັດງານອຸປະກອນສະວິດ, ການດຳເນີນງານ ແລະ ບຳລຸງຮັກສາໝໍ້ແປງໄຟຟ້າ, ລະບົບປ້ອງກັນດ້ວຍຣີເລ ແລະ ເນື້ອໃນອື່ນໆ. ການຝຶກອົບຮົມໄດ້ມຸ່ງເນັ້ນການຍົກລະດັບທັກສະວິຊາຊີບຢ່າງເປັນລະບົບໃຫ້ແກ່ພະນັກງານເຕັກນິກທ້ອງຖິ່ນທີ່ປະຕິບັດງານຢູ່ແຖວໜ້າຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ ຫຼາຍກວ່າ 30 ຄົນ.
经过系统学习与严格考核,全体学员顺利结业,熟练掌握一线电力运维技能,有效补齐本土电力人才短板,为老挝电网安全运行及电力基础设施领域储备了骨干技术力量。
ພາຍຫຼັງຜ່ານການຮຽນຮູ້ຢ່າງເປັນລະບົບ ແລະ ການປະເມີນຜົນຢ່າງເຂັ້ມງວດ, ນັກຮຽນທັງໝົດໄດ້ສຳເລັດຫຼັກສູດການຝຶກອົບຮົມຢ່າງສົມບູນ ແລະ ມີຄວາມຊຳນານໃນການນຳໃຊ້ທັກສະດ້ານການດຳເນີນງານ ແລະ ບຳລຸງຮັກສາລະບົບໄຟຟ້າໃນພາກສະໜາມ. ຜົນສຳເລັດດັ່ງກ່າວໄດ້ຊ່ວຍເສີມສ້າງບຸກຄະລາກອນວິຊາການດ້ານໄຟຟ້າພາຍໃນປະເທດລາວ ໃຫ້ມີຄວາມພ້ອມຫຼາຍຂຶ້ນ ພ້ອມທັງສ້າງແຫຼ່ງກຳລັງຄົນວິຊາການຫຼັກທີ່ມີຄວາມສາມາດ ເພື່ອຮອງຮັບການດຳເນີນງານຢ່າງປອດໄພຂອງລະບົບໂຄງຂ່າຍໄຟຟ້າລາວ ແລະ ການພັດທະນາຂະແໜງໂຄງລ່າງພື້ນຖານດ້ານໄຟຟ້າ.
结业仪式上,澜湄国际职业学院院长何永辉、老挝工贸部标准司特检中心主任陈鸿海、老挝国家输电网公司副总经理萨纳鹏·蓬乔、生产运行与安监部主任刘晋孝、云南省建设投资控股集团有限公司人力资源部副经理胡云红等先后致辞,充分肯定培训成效及老挝国家工业能源矿业勘查和工程设计中心在老中产教融合、电力人才培育、跨境技能合作中的引领作用,并表示将持续依托该中心平台优势,深化老中职业教育与行业技能合作。授课教师代表、参训学员代表依次发言,分享教学成果与实训收获。结业仪式由澜湄国际职业学院副院长禹梅主持。
ໃນພິທີປິດການຝຶກອົບຮົມ, ທ່ານ ເຫີ ຢົງຮຸຍ ຜູ້ອຳນວຍການວິທະຍາໄລວິຊາຊີບສາກົນລ້ານຊ້າງ-ແມ່ນ້ຳຂອງ, ທ່ານ ເສິນ ຫົງໄຫ ຫົວໜ້າສູນກວດກາພິເສດ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າລາວ, ທ່ານ ຊະນະພອນ ພອນແກ້ວ ຮອງຜູ້ອຳນວຍການໃຫຍ່ບໍລິສັດສາຍສົ່ງໄຟຟ້າ ແຫ່ງຊາດລາວ, ທ່ານ ຫຼິວ ຈິ້ນຊ້ຽວ ຫົວໜ້າພະແນກດຳເນີນງານການຜະລິດ ແລະ ຄວາມປອດໄພ, ທ່ານ ຫູ ຢຸນຫົງ ຮອງຫົວໜ້າພະແນກຊັບພະຍາກອນມະນຸດ ກຸ່ມບໍລິສັດລົງທຶນກໍ່ສ້າງຢູນນານຈຳກັດ ພ້ອມດ້ວຍຕົວແທນພາກສ່ວນຕ່າງໆ ໄດ້ກ່າວຄຳປາໄສຕາມລຳດັບ. ບັນດາຜູ້ກ່າວຄຳປາໄສໄດ້ຢືນຢັນ ແລະ ຍ້ອງຍໍຜົນສຳເລັດຂອງການຝຶກອົບຮົມ ພ້ອມທັງບົດບາດການນຳພາຂອງສູນສຳຫຼວດ ແລະ ອອກແບບວິສະວະກຳອຸດສາຫະກຳພະລັງງານ ແລະ ບໍ່ແຮ່ ໃນການເຊື່ອມໂຍງການສຶກສາກັບການຜະລິດລະຫວ່າງລາວ-ຈີນ, ການພັດທະນາບຸກຄະລາກອນດ້ານໄຟຟ້າ ແລະ ການຮ່ວມມືດ້ານທັກສະວິຊາຊີບຂ້າມຊາຍແດນ. ພ້ອມກັນນັ້ນ ຍັງໄດ້ສະແດງເຈດຈຳນົງວ່າ ຈະສືບຕໍ່ອາໄສຈຸດແຂງດ້ານເວທີການຮ່ວມມືຂອງສູນດັ່ງກ່າວ ເພື່ອລົງເລິກການຮ່ວມມືດ້ານການສຶກສາວິຊາຊີບ ແລະ ທັກສະວິຊາຊີບສະເພາະຂະແໜງການລະຫວ່າງລາວ-ຈີນໃຫ້ເລິກເຊິ່ງຍິ່ງຂຶ້ນ. ຕໍ່ຈາກນັ້ນ ຜູ້ແທນຄູສອນ ແລະ ຜູ້ແທນນັກຮຽນທີ່ເຂົ້າຮ່ວມການຝຶກອົບຮົມ ໄດ້ຂຶ້ນກ່າວຄຳເຫັນຕາມລຳດັບ ເພື່ອແບ່ງປັນຜົນສຳເລັດດ້ານການສິດສອນ ແລະ ຜົນທີ່ໄດ້ຮັບຈາກການຝຶກປະຕິບັດຕົວຈິງ. ພິທີປິດການຝຶກອົບຮົມຄັ້ງນີ້ດຳເນີນລາຍການໂດຍ ທ່ານ ຢູ ເໝີຍ ຮອງຜູ້ອຳນວຍການວິທະຍາໄລວິຊາຊີບສາກົນລ້ານຊ້າງ-ແມ່ນ້ຳຂອງ.
老挝国家工业能源矿业勘查和工程设计中心作为老挝工贸部直属核心技术平台,持续深耕老挝能源、矿业、电力、基建领域的项目策划、技术研发、人才培养与跨境合作工作,是老中产能合作、产教融合落地的核心枢纽单位。
ສູນສຳຫຼວດ ແລະ ອອກແບບວິສະວະກຳອຸດສາຫະກຳພະລັງງານ ແລະ ບໍ່ແຮ່ ໃນຖານະເປັນເວທີເຕັກນິກຫຼັກທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວໂດຍກົງ ໄດ້ສືບຕໍ່ສະແຫວງຫາການພັດທະນາວຽກງານດ້ານພະລັງງານ, ແຮ່ທາດ, ໄຟຟ້າ ແລະ ໂຄງລ່າງພື້ນຖານຂອງລາວຢ່າງຕໍ່ເນື່ອງ ທັງໃນດ້ານການວາງແຜນໂຄງການ, ການຄົ້ນຄວ້າ ແລະ ພັດທະນາເຕັກນິກ, ການພັດທະນາບຸກຄະລາກອນ ແລະ ການຮ່ວມມືຂ້າມຊາຍແດນ. ສູນເປັນໜ່ວຍງານຈຸດເຊື່ອມຕໍ່ຫຼັກໃນການຂັບເຄື່ອນການຮ່ວມມືດ້ານກຳລັງການຜະລິດ ແລະ ການເຊື່ອມໂຍງການສຶກສາກັບການຜະລິດລະຫວ່າງລາວ-ຈີນ ໃຫ້ເກີດຜົນເປັນຮູບປະທຳ.
下一步,我中心将持续发挥行业牵头、资源统筹、技术引领的核心优势,面向老挝各大政企单位、行业机构,与澜湄工坊等产教联盟单位一同向社会提供常态化的职业出海培训、企业员工技能升级、行业专项实训、技术人才培育等一站式服务,欢迎老挝各界企业、机构洽谈对接、深度合作,持续助力老中 “一带一路” 产能合作与职业教育高质量发展。
ໃນຂັ້ນຕໍ່ໄປ, ສູນຂອງພວກເຮົາຈະສືບຕໍ່ນຳໃຊ້ຈຸດແຂງຫຼັກຂອງຕົນໃນດ້ານການນຳພາຂະແໜງການ, ການປະສານງານຊັບພະຍາກອນ ແລະ ການຊີ້ນຳດ້ານເຕັກນິກ ໂດຍມຸ່ງເນັ້ນໃຫ້ບໍລິການແກ່ບັນດາອົງການພາກລັດ, ວິສາຫະກິດ ແລະ ສະຖາບັນຕ່າງໆໃນແຕ່ລະຂະແໜງການຂອງ ສປປ ລາວ, ພ້ອມທັງຮ່ວມມືກັບບັນດາອົງກອນພັນທະມິດດ້ານການສຶກສາ ແລະ ການຜະລິດ ເຊັ່ນ ໂຄງການ “ສູນສີມືແຮງງານລ້ານຊ້າງ-ແມ່ຂອງ” ເພື່ອສະໜອງການບໍລິການແບບຄົບວົງຈອນໃຫ້ແກ່ສັງຄົມ ເຊິ່ງປະກອບມີ ການຝຶກອົບຮົມວິຊາຊີບເພື່ອອອກໄປເຮັດວຽກຢູ່ຕ່າງປະເທດເປັນປະຈຳ, ການຍົກລະດັບທັກສະວິຊາຊີບໃຫ້ແກ່ພະນັກງານວິສາຫະກິດ, ການຝຶກປະຕິບັດສະເພາະດ້ານຕາມຂະແໜງການ ແລະ ການພັດທະນາບຸກຄະລາກອນວິຊາການ. ຂໍຕ້ອນຮັບບັນດາວິສາຫະກິດ ແລະ ສະຖາບັນຈາກທຸກຂະແໜງການຂອງ ສປປ ລາວ ເຂົ້າມາປຶກສາຫາລື, ປະສານງານ ແລະ ສ້າງຄວາມຮ່ວມມືຢ່າງເລິກເຊິ່ງ, ເພື່ອສືບຕໍ່ປະກອບສ່ວນສົ່ງເສີມການຮ່ວມມືດ້ານກຳລັງການຜະລິດລະຫວ່າງລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະ ການພັດທະນາອາຊີວະສຶກສາໃຫ້ມີຄຸນນະພາບສູງຢ່າງຕໍ່ເນື່ອງ.



以下广告,服务很赞(千万别点图片)






| 便 民 电 话 | |
| 火警:1190 | 匪警:1191 |
| 急救:1195 | 电力:1199 |
| 永珍善堂救护车 | 1628 |
| 中国老挝大使馆 | 021-315105/315100 |
| 中国驻琅勃拉邦总领馆 | 00856-71-212989 |
| 平安保险 | 020-52450000 |
| 签证办理 | 020-52450000 |
| 老挝通客服 | 020-78427777 |
| 老挝机票预订 | 020-52453333 |

